Back

Our Story

Thip Driving School | ໂຮງຮຽນ ທິບ ວິຊາຊີບການຂັບຂີ່

40000
FB Followers OVER
38000
FB LIKE OVER
100000
Students Enrolled
1000
YT Subscribe OVER

“Smart Driving – Awesome Coaching | ຄຸນນະພາບຕ້ອງມາເປັນທີ່ໜຶ່ງ ພ້ອມກັບການພັດທະນາແບບບໍ່ຫຍໍ້ທໍ້.”

TDS, Co-Founder

WHO WE ARE

ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ຫຼື Thip Driving School (TDS) ໄດ້ເປິດໃຫ້ບໍລິການສັງຄົມແຕ່ປີ 2011 ທຳອິດບໍ່ທັນມີລະບົບເຊັນເຊີມີພຽງລະບົບເກົ່າຮຽນແບບທິດສະດີ ແລະ ປະຕິບັດຄືກັບໂຮງຮຽນສອນຂັບຂີ່ທົ່ວໄປ ມາຮອດເດືອນເມສາ 2015 ປີນີ້ເຮົາຈຶ່ງໄດ້ຍົກລະດັບໄດ້ນຳເອົາລະບົບໄອທີເຊັນເຊີເຂົ້າມາ ເຊິ່ງລະບົບນີ້ເປັນການກວດສອບການສອບເສັງພາກປະຕິບັດດ້ວຍເຊັນເຊີຝັງຢູ່ໃຕ້ດິນ ມີກ້ອງຈັບຜູ້ຂັບຂີ່ໃນເດີ່ນ ມີລະບົບເຊັນເຊີຄອຍຕິດຕາມພ້ອມບອກຈຸດທີ່ຖືກຕັດຄະແນນໄປໃນຕົວ ໂດຍຈຸດປະສົງທີ່ນຳເອົາເຄື່ອງເຕັກໂນໂລຊີແບບນີ້ເຂົ້າມາໃຊ້ຍ້ອນເຫັນວ່າ ປະເທດລາວເຮົາໄດ້ເຂົ້າເປັນປະຊາຄົມອາຊຽນ ແລ້ວເຮົາຕ້ອງຫັນໃຫ້ທຽບເທົ່າກັບປະເທດອ້ອມຂ້າງ ຫຼື ໃຫ້ດີກວ່າ ແລະ ທີ່ສຳຄັນແມ່ນໃຫ້ສອດຄ່ອງກັບນະໂຍບາຍຂອງທ່ານນາຍົກລັດທະມົນຕີ ແລະ ທາງພາກລັດທີ່ໄດ້ວາງອອກມາ ແລະ ເພື່ອຄວາມເປັນມາດຕະຖານໃຫ້ກັບຜູ້ມາຊົມໃຊ້ບໍລິການ.

ການທີ່ນຳເອົາລະບົບໄອທີເຂົ້າມາໃຊ້ໃນການສິດສອນ ແລະ ສອບເສັງຂັບຂີ່ນອກຈາກຈະທັນສະໄໝແລ້ວຍັງມີຄວາມຊັດເຈນໂປ່ງໃສໃນການຕັດສິນຄະແນນແທນຄົນເຊິ່ງໄດ້ປັບປ່ຽນລະບົບເດີມທີ່ຜ່ານມາ. ສະນັ້ນ, ເມື່ອເຮົານຳເອົາລະບົບເຊັນເຊີໄອທີເຂົ້າມານັບວ່າເປັນລະບົບທີ່ດີທີ່ສຸດໃນ ສປປ ລາວ ແລະ ອາຊີ ຈົນຮອດປະຈຸບັນນີ້.

WHAT WE DO

ຮຽນຂັບລົດ ແລະ ສອບເສັງຂັບຂີ່ ຢູ່ ໂຮງຮຽນ ທີບ ວິຊາຊີບການຂັບຂີ່ ໄດ້ແລ້ວມື້ນີ້ ມາບ່ອນດຽວຈົບຮູ້ເລື່ອງ ປະຢັດເງິນ ປະຢັດເວລາ.

ການບໍລິການແມ່ນມີ:

  1. ສອນຂັບລົດເບົາ ແລະ ລົດໜັກ ພາກບຳລຸງ.
  2. ສອນຂັບລົດເບົາ ແລະ ລົດໜັກ ພາກປົກກະຕິ.
  3. ໃຫ້ບໍລິການສອບເສັງຂັບຂີ່ ລົດຈັກ, ລົດເບົາ ແລະ ລົດໜັກ ພ້ອມກັນໃນມື້ດຽວ (ມື້ທີ່ມີເສັງ).
  4. ສອນຂັບລົດພິເສດໃຫ້ກັບຄົນລາວ ແລະ ຄົນຕ່າງປະເທດ.
  5. ຕໍ່ໃບຂັບຂີ່, ແຈ້ງເສຍຫາຍ, ເຮັດໃບຂັບຂີ່ສາກົນ ແລະ ອື່ນໆ.
  6. ຮັບສອນ, ອົບຮົມ ແລະ ທົດສອບຄັດເອົາພະນັກງານ ໃຫ້ກັບອົງກອນຕ່າງໆ ລວມເຖິງພາກລັດ ແລະ ເອກະຊົນ.
  7. ຕິດຕໍ່ສອບຖາມເພິ່ມຕື່ມໄດ້ທີ່: FB: thipschool or Tel: 02022499981 or Visit: Our Website.

ລະບົບສອບເສັງຂັບຂີ່ຂອງ ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ແມ່ນລະບົບທີ່ນຳເຂົ້າຕິດຕັ້ງຈາກຕ່າງປະເທດ ໂດຍບໍລິສັດຊັ້ນນຳຂອງໂລກ ເຊິ່ງຊ່ຽວຊານໃນດ້ານເຕັກໂນໂລຊີດ້ານການອອກແບບ ແລະ ຄິດຄົ້ນ ລະບົບເສັງຂັບຂີ່ໂດຍສະເພາະ ແລະ ລະບົບນີ້ກໍ່ໄດ້ຮັບການຕິດຕັ້ງໄປຫຼາຍກວ່າ 10 ປະເທດ ເປັນຕົ້ນ Russia, Dubai, Bostwana, Russia, China, Vietnam and many more.

ນອກຈາກນັ້ນ, ການສະແດງຜົນສອບເສັງກໍ່ສາມາດເຮັດໄດ້ໃນທັນທີໂດຍບໍ່ຕ້ອງລໍຖ້າໃຫ້ເສັງແລ້ວ ກໍ່ຄືນັກສອບເສັງສາມາດເບິ່ງຄະແນນຂອງໂຕເອງຜ່ານຈໍ tablet ທີ່ໄດ້ຕິດຕັ້ງຢູ່ໃນລົດ ຖ້າເສັງຜ່ານ ຫຼື ຕົກ ນັກຮຽນກໍ່ຈະຮູ້ໄດ້ເລີຍ ເຊິ່ງມີຄວາມແມ່ນຍຳ ແລະ ໂປ່ງໃສ ຢ່າງແນ່ນອນ.

ອີກປະການໜຶ່ງ, ຖ້ານັກສອບເສັງມີຂໍ້ສົງໄສປະການໃດ ກໍ່ສາມາດກວດສອບຜົນເສັງຄືນໄດ້ດ້ວຍໂປແກມທີ່ອອກມາເປັນພິເສດພ້ອມກັບບອກຕຳແໜ່ງທີ່ຖືກຕັດຄະແນນໃນແຕ່ລະຈຸດ ແລະ ລະບົບສອບເສັງນີ້ເປັນລະບົບທີ່ຕັດຄະແນນເອງແບບອັດຕະໂນມັດ ເຊິ່ງໝາຍຄວາມວ່າ ນັກສອບເສັງຕ້ອງຂັບລົດເສັງຜ່ານດ້ວຍໂຕເອງ ຈະບໍ່ມີໃຜສາມາດແກ້ໄຂຄະແນນໃຫ້ໄດ້.

 

smart driving system installation worldwide

ເປັນລະບົບເສັງຂັບຂີ່ທີ່ມີເຊັນເຊີກວດຈັບ ເຊິ່ງສາມາດສະແດງຜົນເສັງໄດ້ທັນທີຜ່ານໜ້າຈໍ tablet ມີຄວາມແມ່ນຍຳ ໂປ່ງໃສ

smart driving test system

smart driving test system with real time result display via tablet, accuracy and high-end

driving test system lao pdr thip

ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ຫຼື ສູນສອບເສັງ ຂອງພວກເຮົາສາມາດສອບເສັງ ລົດຈັກ, ລົດເບົາ ແລະ ລົດໜັກ ໄດ້ພ້ອມກັນໃນມື້ດຽວ ເຮັດໃຫ້ທ່ານປະຢັດເວລາໃນການເດິນທາງ ແລະ ຫຼຸດຜ່ອນການຂາດການ. ນອກຈາກນັ້ນ, ທາງ ຮຮ ທິບ ຍັງມີຄອມພິວເຕີກັບເວບໄຊ້  ໄວ້ໃຫ້ນັກຮຽນ ແລະ ນັກສອບເສັງ ທົບທວນບົດຮຽນແບບບໍ່ຈຳກັດເວລາ ແລະ ຍັງສາມາດເຮັດຜ່ານທາງມືຖືໄດ້ອີກດ້ວຍ.

“ສອນດີ ຂັບເປັນໄວ ໃສ່ໃຈຄຸນນະພາບ ມຸ່ງໝັ້ນພັດທະນາ” | ໂຮງຮຽນ ທິບ ວິຊາຊີບການຂັບຂີ່

Our school provides facilities for students and examiners to take and practice driving license exams both theory and practical. There is a practice room and website for students to do exercises and learn online. In addition, we have the room equipped with color-blindness, eyesight examination and driver reaction test solution for our students. Foreigners are welcome to learn and take driving license with us.

motorbike sedan truck
tablet result display

MEET OUR TEAM

We are not the PRO but We are the ONE for you.

thip instructors

ທ່ານ ທອງຄຳ

manager

thip instructors

ທ່ານ ວອນໄຊ

HEAD COACH

thip instructors

ທ່ານນາງ ແສງດາວ

finance | admin

thip instructors

ທ່ານນາງ ອຸໄລວັນ

SECRETARY | ADMIN

Visit Our Youtube Channel

Please give us some love by LIKE, FOLLOW, and SUBSCRIBE to our Facebook and Youtube, Thank you.

Thip Driving School

Partnered with NEO Information Systems | The Best Driving Test System Available on Earth.!