Back

ຫຼັກສູດຂັບຂີ່ ແລະ ສອບເສັງ

Motorbike | ລົດຈັກ

THIP DRIVING SCHOOL or THIP DRIVING TEST CENTER provides motorbike test facility for local people and foreigners. You will have theory practice in computer room and from our website. Also, we offer driving practice in our real Driving Test Course with IT system sensor integrated. On Friday and Saturday, all students can practice driving skills in this driving course as long as you like, start from 09:00 am to 11:30 am. For more info, please contact: 02023688812 or visit our Facebook: thipschool

ເສັງຂັບຂີ່ລົດຈັກໄດ້ແລ້ວມື້ນີ້ຢູ່ ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ດ້ວຍລະບົບເຊັນເຊີ. ນັກຮຽນສາມາດຮຽນຂັບຂີ່ຕົວຈິງ ຫຼື ຊ້ອມຂັບຕົວຈິງ ຄືມື້ເສັງແທ້ໄດ້ເລີຍ ໂດຍພວກເຮົາຈະເປິດໃຫ້ຊ້ອມທຸກມື້ ວັນສຸກ ແລະ ວັນເສົາ ຕອນເຊ້າເວລາ 09:00 ຫາ 11:30 ຈັກຮອບກະໄດ້ພາຍໃນໂມງທີ່ກຳນົດ. ສ່ວນການເສັງທິດສະດີພວກເຮົາຈະມີປື້ມໃຫ້ນັກຮຽນໄດ້ທົບທວນ ພ້ອມກັບຫ້ອງຄອມໄວ້ຊ້ອມຕອບຄຳຖາມ. ນອກຈາກນັ້ນ, ນັກຮຽນຍັງສາມາດຊ້ອມຜ່ານທາງ website ຂອງໂຮງຮຽນໄດ້ເລີຍຟຣີ. ຕິດຕໍ່ສອບຖາມຕື່ມ: 02023688812

motorbike test
passenger car thip school

Passenger Car | ລົດເບົາ

We are the one and only driving school in Lao PDR that APPOINTED by Lao Government to BE a Driving Test Center in Vientiane Capital. In other words, we can issue students driving license for those who pass both theory and driving test exams at our school. We also teach and train Foreigners who cannot drive (beginner). Plus, we have refresher intensive courses for those who want to drive too. However, please check with us if you are qualified to have a driving license with us first, more info please contact: facebook.com/thipschool

ຮຽນຂັບລົດ ແລະ ເສັງໃບຂັບຂີ່ ໄດ້ແລ້ວມື້ນີ້ ຢູ່ ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ບ່ອນດຽວຈົບ ຮູ້ເລື່ອງ ບໍ່ຕ້ອງເດິນທາງໄປໃສໄກ ຊ່ວຍທ່ານປະຢັດເງິນ ປະຢັດເວລາ ບໍ່ຕ້ອງຂາດການຫຼາຍເທື່ອ. ຮຽນຈົບ ແລະ ເສັງຜ່ານ ກໍ່ໄດ້ໃບຂັບຂີ່ຈາກກະຊວງໂຍທາຄືກັນ ເພາະເພິ່ນຈະເປັນຜູ້ລົງມາເສັງໃຫ້ ເພາະໂຮງຮຽນ ທິບ ຂອງພວກເຮົາຫຼື ສູນສອບເສັງຂັບຂີ່ ໂຮງຮຽນ ທິບ ໄດ້ຮັບການແຕ່ງຕັ້ງຈາກທາງພາກລັດໂດຍກົງ ແລະ ຖຶກກົດໝາຍ. ມີບໍລິການສອນຂັບລົດ ແລະ ສອບເສັງຂັບຂີ່ລົດຈັກ, ລົດເບົາ ແລະ ລົດໜັກ ໃນມື້ດຽວກັນເລີຍ.

Truck or Bus | ລົດໜັກ

THIP DRIVING SCHOOL: At the moments, all foreigners cannot do TRUCK and BUS driving test yet as it is disqualified. You are allowed to have a driving license only on Motorbike and Passenger Car. However, please check with us if you are qualified to have a driving license with us first, For more info please contact facebook.com/thipschool

ຮຽນຂັບລົດໃຫ້ມ່ວນ ຮຽນຂັບອອກຖະໜົນໃຫຍ່ໄດ້ແທ້ ຮຽນຈົບພ້ອມເສັງໃບຂັບຂີ່ໄດ້ເລີຍທັນທີ ຢູ່ ໂຮງຮຽນ ທິບ ວິຊາຊີບການຂັບຂີ່… ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ເປັນບ່ອນດຽວທີໄດ້ຮັບອະນຸຍາດຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມຂົນສົ່ງ, ພະແນກ ຍທຂ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃຫ້ສາມາດປະຕິບັດສອບເສັງ ແລະ ອອກໃບຂັບຂີ່ໄດ້ ໂດຍຈະມີພະນັກງານວິຊາການຈາກພາກລັດມາດຳເນິນການໃຫ້… ສອບເສັງດ້ວຍລະບົບເຊັນເຊີ ມີຄວາມໂປ່ງໃສ ສາມາດກວດສອບໄດ້… ສົນໃຈຂໍ້ມູນເພິ່ມຕື່ມກະລຸນາຕິດຕໍ່ສອບຖາມ: 02023688812 ຫຼື 02022499981… ຫຼື facebook.com/thipschool

thip truck school

 

“ຮຽນຢູ່ນຳພວກເຮົາທ່ານສາມາດເຮັດບົດທົດສອບທິດສະດີຜ່ານທາງ website ຂອງໂຮງຮຽນ ທິບ ຟຣີ

ແລະ ສິດທິພິເສດໃນການເຂົ້າກຸ່ມ online ທາງ fb: thipdrivingonline”

VISIT OUR YOUTUBE CHANNEL