Back

FAQ | ຄຳຖາມທີ່ພົບບ່ອຍ

ໂຮງຮຽນ ທິບ ວິຊາຊີບການຂັບຂີ່

ຕ້ອງຂໍໂທດນຳຫຼາຍໆ ທ່ານຈຳເປັນຕ້ອງໄດ້ມາເສັງເອົາໃບຂັບຂີ່ດ້ວຍຕົນເອງເຈົ້າ ເພາະພວກເຮົາໃຊ້ລະບົບເຊັນເຊີ ເຊິ່ງຈະຕັດຄະແນນແບບອັດຕະໂນມັດ.

ຖ້າຂັບລົດເປັນແລ້ວ ທ່ານຈຳເປັນຕ້ອງໄດ້ມາຮຽນບຳລຸງກ່ອນ ເພື່ອຮຽນຮູ້ກົດລະບຽບການສອບເສັງ ແລະ ທ່າບັງຄັບຕ່າງໆທີ່ທາງກະຊວງ ຍທຂ ໄດ້ວາງອອກມາ. 

ຖ້າເສັງຜ່ານແລ້ວ ໃຫ້ລໍຖ້າປະມານ 3 ວັນ. ຈາກນັ້ນມາເອົາຢູ່ ຮຮ ທິບ ໄດ້ເລີຍເຈົ້າ.

ຕາມຫຼັກສູດຄືຕ້ອງຮຽນປະມານ 2 ທິດ ຫຼື ຈຳເປັນຕ້ອງໄດ້ມາຖ່າຍຮູບໃຫ້ຄົບຢ່າງໜ້ອຍ 5 ເທື່ອ (ຖ່າຍໄດ້ມື້ລະເທື່ອ).

ອາຍຸ 18 ປີ ເຕັມຂື້ນໄປຈິງຈະເສັງໄດ້.

ອາຍຸ 15 ປີ ເຕັມຂື້ນໄປຈິງຈະເສັງໄດ້.

ອາຍຸ 25 ປີ ເຕັມຂື້ນໄປຈິງຈະເສັງໄດ້.

ທ່ານຕ້ອງໄດ້ຮຽນບຳລຸງຫ້ອງ D (ລົດໂດຍສານ) ກ່ອນ ແລະ ຕ້ອງມີໃບຂັບຂີ່ຫ້ອງ C ມາແລ້ວຢ່າງໜ້ອຍ 1ປີ ແລະ ມີອາຍຸ 25 ປີຂື້ນໄປ.

ສາມາດມາລົງທະບຽນຮຽນຂັບລົດໄດ້ກ່ອນ ແລະ ຈາກນັ້ນໃຫ້ລໍຖ້າຈົນອາຍຸຮອດກຳນົດຈຶງສະເໜີຊື່ເສັງຂັບຂີ່ ນຳ ຮຮ ທິບ ໄດ້ເລີຍ.

ກ່ອນອື່ນໃຫ້ທ່ານມາລົງທະບຽນນຳ ຮຮ ທິບ ຂອງພວກເຮົາ. ຈາກນັ້ນ ທາງ ຮຮ ຈະໃຫ້ປື້ມໄປອ່ານເພື່ອໃຫ້ທ່ານຝຶກແອບຄຳຖາມທິດສະດີນຳຄອມຂອງ ຮຮ ຫຼື ທ່ານຈະຊ້ອມຜ່ານທາງ www.thipdriving.com ກໍ່ໄດ້ ແລະ ທຸກວັນສຸກ ແລະ ວັນເສົາ ເວລາ 09:00 – 11:30 ທາງ ຮຮ ທິບ ຈະເປີດເດີ່ນສອບເສັງລົດຈັກໃຫ້ທ່ານໄດ້ທົດລອງຂັບຕົວຈີງ (ຈັກຮອບກໍ່ໄດ້ພາຍໃນເວລາທີ່ກຳນົດ) ເມືອໝັ້ນໃຈວ່າໄດ້ແລ້ວກໍ່ສາມາດສະເໜີຊື່ສອບເສັງນຳ ຮຮ ທິບ ໄດ້ເລີຍ.

ຮຽນເລີ່ມຕົ້ນລົດ B ຫຼື C ຖ້າຕາມຫຼັກສູດແລ້ວຈະໃຊ້ເວລາທັງໝົດປະມານ 2 ເດືອນ ຫຼື ຮຽນຂັບຕົວຈີງຈົນຄົບ 75 ຄັ້ງ ຄັ້ງລະ 30 ນາທີຕໍ່ມື້. ແຕ່ຖ້າທ່ານຮຽນຂັບເປັນໄວ ແລະ ຢາກເສັັງກ່ອນຄົບກຳນົດ ກໍ່ສາມາດບອກອາຈານເພື່ອຂໍທົດສອບ ຖ້າທົດສອບຜ່ານກໍ່ສາມາດຂໍສະເໜີຊື່ສອບເສັງນຳ ຮຮ ທິບ ໄດ້ເລີຍເຈົ້າ ຫຼື ຈະຕິດຕໍ່ສອບຖາມກ່ອນກະໄດ້​ໂທ  0305013154, 02023688812, 02022499981.

  1. ກ໋ອບປີ້ປື້ມສຳມະໂນຄົວ ຫຼື ກ໋ອບປີ້ບັດປະຈຳຕົວ.
  2. ຮູບຖ່າຍສີຂະໜາດ 3″x4 ” 6 ໃບ.

ຖ້າວ່າເສັງບໍ່ຜ່ານພາກທິດສະດີ ຫຼື ພາກປະຕິບັດຕົວຈິງນັ້ນ ແມ່ນຕ້ອງໄດ້ລົງທະບຽນເສັງຄືນພາກທີ່ເສັງຕົກນັ້ນໆເຈົ້າ.

ຖ້າໃບຂັບຂີ່ໝົດອາຍຸສາມາດເອົາມາໃຫ້ທາງ ຮຮ ພວກເຮົາ ດຳເນິນການຕໍ່ໃຫ້ໄດ້ເຈົ້າ ແລະ ເອກະສານປະກອບມີ:

  1. ຮຸບ 1 ໃບ.
  2. ໃບຂັບຂີ່ອັນເກົ່າຕ້ອງເປັນສີເຫລືອງ (ສີຂາວແມ່ນບໍ່ໄດ້).
  3. ເສຍ​ຄ່າ​ທຳ​ນຽມ 350,000 ກີບ. ຈະອອກໃຫ້ເປັນຕ່າງແຂວງຄືເກົ່າ ໃຊ້ເວລາພາຍ​ໃນ 1 ອາທິດໄດ້.

ໃບຂັບຂີ່ເສຍເຮັດໃໝ່ໃຊ້ເວລາປະມານ 3 ມື້ ເອກະສານປະກອບມີ:

  1. ໃບແຈ້ງເສຍຫາຍຈາກບ້ານ.
  2. ໃບຢັງຢືນທີ່ຢູ່ຈາກບ້ານ.
  3. ຮູບຖ່າຍຂະຫນາດ 3 x 4 ຈໍານວນ 1 ໃບ.
  4. ຄ່າ​ທຳ​ນຽມ 350,000 ກີບ.

ສາມາດຮຽນໄດ້ ຂຶ້ນກັບຄວາມຕ້ອງການຂອງທ່ານ ວ່າຢາກຮຽນຂັບເລີ່ມຕົ້ນ ຫຼື ບຳລຸງ. ສ່ວນລາຍລະອຽດໃຫ້ສອບຖາມໄດ້ທີ່: 02023688812, 02022499981.

Yes, they can but only for those who have employed and have legal work permit in Lao PDR together with all necessary documents.

So far the passing rate at driver’s license center (Thip Driving School) is incredible high or over 90%.

  1. Motorbike (A): Passing score is 17 from total 20.
  2. Passenger Car (B): Passing score is 22 from total 25.
  3. Both A and B: Passing score is 24 from total 28.

At present, foreigners can apply for Motorbike (category: A) and Passenger Car (category: B).

Yes, they do as it is a requirement regulation from government.

@ Thip Driving School and government test center.

  1. Motorbike Test = 350.000 lak.
  2. Passenger Car = 2.600.000 lak for beginner intensive course (10 hrs of driving practice).
  3. Passenger Car = 1.900.000 lak for refresher intensive course (4 hrs of driving practice).

 

According to the law, all foreigners require to apply for new driver’s license in Lao PDR.

International Driving Permit cannot be used in Lao PDR.

  1. Company Proposal Letter (request from Thip Driving School).
  2. Copy of Passport (valid more than 6 months).
  3. Copy of Work Permit.
  4. Copy of Stay Permit or Resident Approval.
  5. Photo Size 3″ x 4″ = 6 copies.

Motorbike fee for re-taking exam:

  • Theory test = 70.000 lak.
  • Driving test = 58.000 lak.

Passenger Car fee for re-taking exam:

  • Theory test = 70.000 lak.
  • Driving test = 110.000 lak. 
  1. A driver needs to be 15 years old to legally obtain a motorbike driving license.
  2. 18 years old to legally obtain a driving license for motor vehicles under 3.500 kg (passenger car).