Back

No: 1 Smart Driving Solution

ຮຽນຂັບລົດ ແລະ ເສັງຂັບຂີ່ ຢູ່ ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ໄດ້ແລ້ວມື້ນີ້

THIP DRIVING SCHOOL

ເປັນຫຍັງທ່ານຕ້ອງມາຮຽນຂັບລົດ ແລະ ສອບເສັງເອົາໃບຂັບຂີ່ ນຳພວກເຮົາ ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ແລະ ເປັນຫຍັງການຮຽນຂັບ ແລະ ການສອບເສັງຂັບຂີ່ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ. ນັ້ນກະເພາະວ່າ, ທາງໂຮງຮຽນຂອງພວກເຮົາ ມີສິ່ງອຳນວຍຄວາມສະດວກໃຫ້ແກ່ນັກຂັບຂີ່ໃນການເຂົ້າມາຮຽນ ແລະ ສອບເສັງໃຫ້ຜ່ານ ເປັນຕົ້ນວ່າ:

 
  • ເປັນບ່ອນດຽວໃນນະຄອນຫຼວງວຽງຈັນ ທີໄດ້ຮັບການແຕ່ງຕັ້ງຮັບຮອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ທີ່ສາມາດໃຫ້ບໍລຶການສອນຮຽນຂັບລົດ ແລະ ສອບເສັງເອົາໃບຂັບຂີ່ໄດ້ເລີຍ.
  • ເປັນບ່ອນດຽວໃນ ສປປ ລາວ ທີ່ມີລະບົບສອບເສັງໄອທີເຊັນເຊີທີ່ທັນສະໄໝມີຄົບທຸກທ່າບັງຄັບລວມເຖິງລົດຈັກ. ສະນັ້ນ, ການຕັດຄະແນນມີຄວາມໂປ່ງໃສແນ່ນອນ.
  • ທຸກທ່ານສາມາດສອບເສັງລົດຈັກ + ລົດໃຫຍ່ + ລົດບັນທຸກ ໄດ້ພ້ອມກັນໃນມື້ດຽວເລີຍ ສະດວກ ສະບາຍ ນາຍບໍ່ຮ້າຍ ສາວຄູບໍ່ວ່າ ເພາະບໍ່ຕ້ອງຢຸດຂາດການຫຼາຍເທື່ອ.
  • ລະບົບການຮຽນທິດສະດີອອນໄລ ໃຫ້ກັບນັກຮຽນ ຮຮ ທິບ ຟຣີບໍ່ເສຍເງິນ ຂໍແຄ່ທ່ານມີຄວາມຕັ້ງໃຈດຸໝັ້ນກໍ່ພໍ.
  • ມີລະບົບການສິດສອນທີ່ທັນສະໄໝ ເຊັ່ນ: ມີວີດີໂອສາທິດແນະນຳໃນການສອບເສັງພາກປະຕິບັດ, ສອນທິດສະດີ, ການກວດສາຍຕາ ລວມເຖິງຄລິບຕ່າງໆຢູ່ Youtube.
  • ມີບໍລິການກວດວັດແທກສາຍຕາ, ຕາບອດສີ ແລະ ກວດກາປະຕິລິຍາຂອງຜຼ້ຂັບຂີ່ ຢູ່ ຮຮ ທິບ ເລີຍ (one stop service). 
  • ມີຄອມພິວເຕີ ແລະ ເວບໄຊ້ຝຶກແອບທົບທວນບົດຮຽນແບບບໍ່ຈຳກັດເວລາ ແລະ ສາມາດເຮັດຜ່ານທາງມືຖືໄດ້.

“ສອນດີ ຂັບເປັນໄວ ໃສ່ໃຈຄຸນນະພາບ ມຸ່ງໝັ້ນພັດທະນາ”

  • ອາຈານຈະຝຶກແອບໃຫ້ນັກຮຽນຂັບລົດເປັນແທ້ໆ ແລະ ແນ່ໃສ່ຄຸນນະພາບເປັນຫຼັກ ແລ້ວຈາກນັ້ນ ຈິ່ງສາມາດອະນຸຍາດໃຫ້ນັກຮຽນສອບເສັງເອົາໃບຂັບຂີ່ໄດ້ (ເປັນການປະຢັດເງິນ ແລະ ເວລາຂອງທ່ານ ຈະໄດ້ເສັງເທື່ອດຽວຜ່ານເລີຍ).
  • ປະຕິບັດຕາມກົດລະບຽບຂອງທາງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຂອງທາງພະແນກ ຍທຂ ພ້ອມກັບກອງຄຸ້ມຄອງຫາຫະນະ ຢ່າງເຂັ້ມແຂງ. ໝາຍຄວາມວ່າ ພວກເຮົາຕ້ອງໄດ້ປະຕິບັດຕາມຂັ້ນຕອນຕ່າງໆໃຫ້ຖືກຕ້ອງ ແລະ ມີມາດຕະຖານ.
  • ສະຖານທີ່ຕັ້ງຊອກຫາງ່າຍ ຕິດກັບຖະນົນໃຫຍ່ ແລະ ກວ້າງຂວາງ ມີບ່ອນຈອດລົດໄວ້ຄອຍບໍລິການຟຣີ.
  • ມີເດີ່ນສອບເສັງລະດັບສາກົນ ແລະ ລະບົບສອບເສັງໄອທີເຊັນເຊີເຕັມ 100 ມີຄວາມໂປ່ງໃສ ແລະ ຢອມຮັບຈາກທົ່ວໂລກ ເຊັ່ນ: ສິງຄະໂປ, ດູໄບ, ມາເລ, ເກົາຫຼີ ແລະ ອື່ນໆ. ເປັນລະບົບສອບເສັງທີ່ຕັດຄະແນນອັດຕະໂນມັດ.
  • ມີບໍລິການເຮັດປະກັນໄພລົດຈັກ ລົດໃຫຍ່ ແລະ ປະກັນຊີວິດ ດ້ວຍລາຄາທີ່ພິເສດອີກດ້ວຍ ເຮັດໄດ້ກັບມື້ເລີຍ.
  • ເປັນບ່ອນດຽວໃນ ສປປ ລາວ ທີ່ມີເດີ່ນສອບເສັງລົດຈັກລະບົບເຊັນເຊີໄອທີ ເພື່ອຊ່ວຍໃນການຝຶກແອບ ແລະ ສອບເສັງ.

ແຕ່ລະປີ ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ໄດ້ຜະລິດນັກຂັບຂີ່ທີ່ມີຄຸນນະພາບສູ່ສັງຄົມຫຼາຍກວ່າພັນຄົນ ແລະ ກໍ່ມີນັກສອບເສັງອີກຫຼາຍພັນຄົນ ທີ່ສາມາດສອບເສັງຜ່ານເອົາໃບຂັບຂີ່ດ້ວຍລະບົບເຊັນເຊີດ້ວຍໂຕເອງ ກໍ່ຄື “ບໍ່ມີໃຜສາມາດມາເສັງໃຫ້ທ່ານໄດ້ ຖ້າຢາກໄດ້ໃບຂັບຂີ່ຕ້ອງເສັງເອົາດ້ວຍໂຕເອງ” ເພາະລະບົບນີ້ເປັນລະບົບທີ່ຕັດຄະແນນແບບອັດຕະໂນມັດ ໂດຍຜູ້ຄວບຄຸມສອບເສັງບໍ່ສາມາດໄປແກ້ໄຂຄະແນນໃຫ້ໄດ້ເລີຍ.

ປັດຈຸບັນ ໂຮງຮຽນ ທິບ ວິຊາຊີບການຂັບຂີ່ ແມ່ນປະຕິບັດຕາມທິດຊີ້ນຳຂອງຄະນະນຳນະຄອນຫຼວງວຽງຈັນ ແລະ ພາກສ່ວນລັດທີ່ກ່ຽວຂ້ອງ ລວມເຖິງການໄດ້ຮັບຮອງ ແລະ ການຄຸ້ມຄອງ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນສູນສອບເສັງທີ່ຖືກຕ້ອງ ແລະ ໄດ້ມາດຕະຖານ ພາຍໃຕ້ຂໍ້ກຳນົດ ແລະ ລະບຽບທີ່ໄດ້ວາງອອກມາ.

ນອກຈາກນັ້ນ, ພວກເຮົາມີຄວາມພ້ອມໃນດ້ານການສິດສອນ ແລະ ກໍ່ສ້າງນັກຂັບຂີ່ທີ່ມີຄຸນນະພາບ, ມີລົດທີ່ຕິດຕັ້ງອຸປະກອນອິເລັກໂຕຣນິກສຳລັບການສອບເສັງ ແລະ ການຊ້ອມ. ທີ່ສຳຄັນທີ່ສຸດແມ່ນມີສະໜາມຝຶກແອບ ຫຼື ເດິ່ນທີ່ກວ້າງຊວາງຄອຍຮັບໃຊ້ໃຫ້ແກ່ປະຊາຊົນຜູ້ມີຈຸດປະສົງຢາກສອບເສັງເອົາໃບຂັບຂີ່.