
Curb Marking | ຄວາມໝາຍຂອງເບຕົງຂອບທາງ
ເຄື່ອງໝາຍຈະລາຈອນຕາມແທ່ງເບຕົງຂອບທາງ (Curb Markings)
ເຄື່ອງໝາຍຈະລາຈອນຕາມແທ່ງເບຕົງຂອບທາງມີລັກສະນະເປັນແຖບສີຕ່າງໆ ສະຫຼັບກັບສີຂາວຕາມທາງເບຕົງຂອບທາງ (Curb) ຊຶ່ງຄວາມສູງຂອງແທ່ງເບຕົງຂອບທາງຈາກໜ້າທາງແລ່ນລົດແມ່ນ 18 ຊັງຕີແມັດ ແລະ ຄວາມສຸງຂອງແທ່ງເບຕົງຢູ່ຈຸດຂອບວົງວຽນແມ່ນ 18 ຊັງຕີແມັດ (ແຕ່ຕ້ອງກໍ່ຂອບວົງວຽນອີກຊັ້ນໜຶ່ງຕິດກັບຂອບແທ່ງເບຕົງຂອບທາງ ໂດຍມີຄວາມສູງຈາກຂອບແທ່ງເບຕົງຂື້ນມາແມ່ນ 30 ຊັງຕິແມັດ ຫາ 40 ຊັງຕິແມັດ ຫຼື ຖັດຈາກແທ່ງເບຕົງຂອບທາງແມ່ນອອກແບບເປັນທາງຄົນຍ່າງ.ຈາກນັ້ນ, ຈື່ງກໍ່ຂອບວົງວຽນຂື້ນມາສູງ 30 ຊັງຕີແມັດ ແລະ ອາດຈະມີການຕົບແຕ່ງຕ່າງໆຂື້ນກັບການອອກແບບ), ເຄື່ອງໝາຍຈະລາຈອນຕາມທ່າງເບຕົງຂອບທາງໄດ້ສະແດງໃນໃນຮູບຂ້າງເທິງ ໂດຍແຕ່ລະແຖບສີ (ລວມທັງສີຂາວພ້ອມ) ມີຄວາມກວ້າງແຖບ 30 ຊັງຕິແມັດ ສຳລັບທາງຫຼວງໃນເມືອງ ແລະ 60 ຊັງຕິແມັດ ສຳລັບທາງຫຼວງນອກເມືອງ. ເບຕົງຂອບທາງປະຈຸບັນນິຍົມນຳໃຊ້ມີຢູ່ 3 ລັກສະນະຄື:
1. ເຄື່ອງໝາຍຫ້າມຢຸດລົດ ສີແດງສະຫຼັບຂາວ (No Stopping Markings)
ມິລັກສະນະເປັນແຖບສີແດງສະຫຼັບຂາວ ສະແດງທີ່ແທ່ງເບຕົງຂອບທາງ ຫຼື ຂອບທາງດ້ານຂວາຂອງທາງແລ່ນລົດ ຫຼື ທີ່ອື່ນໆ ໂດຍຫ້າມບໍ່ໃຫ້ຜູ້ຂັບຂີ່ຢຸດລົດ ຫຼື ຈອດລົດທຸກຊະນິດລະຫ່ວາງແລວເຂດທີ່ກຳນົດນັ້ນຢ່າງເດັດຂາດ.2. ເຄື່ອງໝາຍຈອດລົດ ສີເຫຼືອງສະຫຼັບຂາວ (No Parking Markings)
ມີລັກສະນະເປັນແຖບສີເຫຼືອງສະຫຼັບຂາວ ສະແດງທີ່ແທ່ງເບຕົງຂອບທາງ ຫຼື ຂອບທາງດ້ານຂວາຂອງທາງແລ່ນລົດ ຫຼື ທີ່ອື່ນໆ ໂດຍຫ້າມບໍ່ໃຫ້ຜູ້ຂັບຂີ່ຈອດລົດທຸກຊະນິດລະຫ່ວາງແລວເຂດທີ່ກຳນົດ,ແຕ່ສາມາດຢຸດຮັບສົ່ງຄົນ ຫຼື ສິ່ງຂອງຊົ່ວຂະນະ (ບໍ່ເກີນ 3 ນາທີ).
ການຢຸດລົດ ໝາຍເຖິງ: ຢຸດການເຄຶ່ອນໄຫວຍານພາຫະນະຕາມເສັ້ນທາງ ຫຼື ຖະໜົນ ໃນເວລາອັນສັ້ນໂດຍບໍ່ມອດຈັກລົດ ແລະ ຜູ້ຂັບຂີ່ຕ້ອງປະຈຳຢູ່ຕຳແໜ່ງຂອງຄົນຂັບ.
ການຈອດລົດ ໝາຍເຖິງ: ຢຸດການເຄື່ອນໄຫວຍານພາຫະນະຕາມເສັ້ນທາງ ຫຼື ຖະໜົນ ໂດຍມອດຈັກລົດແລະ ຜູ້ຂັບຂີ່ສາມາດອອກຈາກຍານພາຫະນະໄດ້.